ເຈົ້າໜ້າທີ່ ປກສ ນະຄອນຫລວງວຽງຈັນ ໃຫ້ຮູ້ວ່າ: ເມື່ອບໍ່ດົນມານີ້, ກໍາລັງເຈົ້າໜ້າທີ່ຂອງຕົນໄດ້ປະສານສົມທົບກັບກອງບັນຊາການ ປກສ ແຂວງວຽງຈັນ ເຂົ້າຈັບກຸມທ້າວ ຄໍານາງ (ອຸ້ຍ) ອາຍຸ 36 ປີຢູ່ບ້ານໜອງທາເໜືອ, ເມືອງຈັນທະບູລີ ນະຄອນຫລວງວຽງຈັນ ທີ່ມາລີ້ຊ້ອນຕົວຢູ່ໃນເຮືອນພັກແຫ່ງໜຶ່ງທີ່ເມືອງໂພນໂຮງແຂວງວຽງຈັນ, ຫລັງຈາກຜູ້ກ່ຽວໄດ້ເຄື່ອນໄຫວກໍ່ເຫດທຸບແວ່ນລົດໃຫຍ່ໃນນະຄອນຫລວງວຽງຈັນເພື່ອລັກຊັບຫລາຍກວ່າ 25 ຄັ້ງ ແລະ ໄດ້ເອົາຊັບສິນຕ່າງໆຂອງເຈົ້າຂອງລົດໄປເປັນຈໍານວນຫລາຍລາຍການ.
ໃນຂະນະຈັບຕົວຜູ້ກ່ຽວ ແລະ ກວດຄົ້ນຫ້ອງພັກດັ່ງກ່າວເຈົ້າໜ້າທີ່ກວດພົບອາວຸດປືນ 1 ກະບອກ, ພ້ອມກະສູນ 38 ລູກ, ຢາບ້າ 40 ກວ່າເມັດ, ເຄື່ອງມືຕັດແກ້ວ, ຄ້ອນຕີ, ສະຫວ່ານໄຟຟ້າ, ລົດຈັກ 1 ຄັນ, ເງິນ 100 ລ້ານກີບ ແລະ ຄໍາຮູບປະພັນຈໍານວນໜຶ່ງ. ຜ່ານການສືບສວນ-ສອບສວນ ຜູ້ກ່ຽວໄດ້ຮັບສາລະພາບວ່າ: ໄດ້ເຄື່ອນໄຫວທຸບແວ່ນລົດໃຫຍ່ຕາມສໍານັກງານ-ອົງການ, ຮ້ານອາຫານ, ຮ້ານບັນເທິງ, ໂຮງໝໍ ແລະ ສະຖານທີ່ຕ່າງໆໃນຕົວເມືອງນັບແຕ່ເດືອນກໍລະກົດເປັນຕົ້ນມາຫລາຍກວ່າ 25 ຄັ້ງ, ໂດຍມີເປົ້າໝາຍເລັ່ງໃສ່ລົດຍີຫໍ້ຫລູ, ປ້າຍທະບຽນງາມ ແລະ ຊ່ອງເບິ່ງວ່າໃນລົດມີຊັບສີນ ຫລື ກະເປົາປະໄວ້ນໍາບໍ, ໂດຍໃຊ້ວິທີການຫລາຍແບບຄື: ໃຊ້ເຄື່ອງມືຕັດແກ້ວປາດແລ້ວເອົາຄ້ອນຕີທຸບແວ່ນໃຫ້ແຕກ ຫລື ໃຊ້ສານເຄມີດຶກໃສ່ແວ່ນໃຫ້ແຕກ ແລະ ຊັບສີນຕ່າງໆທີ່ໄດ້ມາແມ່ນເອົາໄປຂາຍ.
Post a Comment