ວັນທີ 24/11/2019 ເວລາ 15:01ນາທີ ໄດ້ຮັບແຈ້ງເຫດຈາກປະຊາຊົນຜ່ານເບີ 0711625 ວ່າ: ມີອຸບັດຕິເຫດລົດໃຫ່ຍລົງຄ້ອຍເສຍຫລັກພິກຂວ້ຳ ຢູ່ທີ່ເສັ້ນທາງບ້ານນາເມືອງ ເມືອງນານ ແຂວງຫລວງພະບາງເມື່ອຫນ່ວຍກູ້ຊີບອົງການກາແດງໄດ້ອອກກວດສອບພົບຄົນເສຍຊີວິດເພດຊາຍ01 ຄົນ ຊື່ທ້າວ ຈົງຄື ຢ່າງ ອາຍຸ 37ປີ ບ້ານຫວ້ຍຂີງ ເມືອງໂພນໄຊ ແລະ ຄົນບາດເຈັບເພດຍິງ01ຄົນ
ອາການບາດເຈັບເບື້ອງຕົ້ນແມ່ນ ເຈັບແຂນເບື້ອງຊ້າຍ,ມີບາດແຜເຫລີ້ນຢູ່ບໍລິເວນຫົວ,ຫນ້າຜາກ,ແອວ ແລະຫລັງຕີນເບື້ອງຊ້າຍ
ດັ່ງນັ້ນໜ່ວຍກູ້ຊີບອົງການກາແດງລາວແຂວງຫຼວງພະບາງຈື່ງນຳສົ່ງຄົນເຈັບໄປໂຮງໝໍແຂວງຫລວງພະບາງ ສ່ວນຄົນເສຍຊີວິດແມ່ນໄດ້ທຳການຫໍ່ສົບແລ້ວນຳສົ່ງໂຮງເຢັນໂຮງໝໍແຂວງຫລວງພະບາງ.
ທາງທີມງານຫນ່ວຍກູ້ຊີບອົງການກາແດງລາວ ຫລວງພະບາງພວກເຮົາຂໍສະແດງຄວາມເສຍໃຈມາຍັງຍາດຕິພີ່ນ້ອງຜູ້ເສຍຊີວິດ ແລະ ຂໍໃຫ້ດວງວິນຍານຂອງຜູ້ເສຍຊີວິດໄປສູ່ສຸຂະຕິດ້ວຍເຖີ້ນນນນນນ.
ທີ່ມາ: ໜ່ວຍກູ້ຊີບອົງການກາແດງລາວຫຼວງພະບາງ
Post a Comment