ເປີດໂຕສະມາດໂຟນເຮືອທົງ Huawei Mate 30 ແລະ Mate 30 Pro ຢ່າງເປັນທາງການທີ່ເຢຍລະມັນ
![]() |
Mate 30 Pro |
ເປີດໂຕແລ້ວກັບ Huawei Mate 30 series ເຊິ່ງໃນງານເປີດໂຕທັງໝົດ 3 ລຸ້ນຄື Mate 30, Mate 30 Pro ແລະ Mate 30 RS ພ້ອມລູກຫຼິ້ນໃໝ່ຫຼາຍຢ່າງ.
ເຊິ່ງການເປີດໂຕຄັ້ງນີ້ໂຕທີ່ໜ້າສົນໃຈທີ່ສຸດກໍໜ້າຈະແມ່ນ Mate 30 Pro ທີ່ໃຊ້ໜ້າຈໍຂະໜາດ 6.53 ນິ້ວ, ຄວາມລະອຽດ 2,400 x 1,176 ພິກເຊວ, ໜ້າຈໍ OLED ແລະ ມີລູກຫຼິ້ນ Always-On ພ້ອມຂອບດ້ານຂ້າງທີ່ໂຄ້ງສຸດໆເຖິງ 88 ອົງສາເກືອບຈະຮອດກາງຂອບຂ້າງເຄື່ອງເລີຍ.
ສ່ວນລຸ້ນ Mate 30 ຈະໃຊ້ເປັນໜ້າຈໍ 6.62 ນິ້ວ ຄວາມລະອຽດ 2,340 x 1,080 ພິກເຊວ, ໜ້າຈໍ OLED ແລະ ຂອບຈໍແມ່ນຈະເປັນຂອບທໍາມະດາບໍ່ໄດ້ໂຄ້ງຄືລຸ້ນໂປຣ.
![]() |
ແບັດທີ່ທົນ ແລະ ການສາກແບັດທີ່ວ່ອງໄວ |
ດ້ານແບັດຕາຣີ ລຸ້ນໂປຣ Mate 30 Pro ຈະໃຫ້ມາຂະໜາດ 4,500 mAh ທີ່ທາງຫົວເຫວີຍບອກມາວ່າສາມາດໃຊ້ງານໜັກໄດ້ຍາວນານເຖິງ 9.2 ຊົ່ວໂມງ, ສ່ວນລຸ້ນທໍາມະດາ Mate 30 ກໍຈະມີຂະໜາດນ້ອຍລົງມາໜ້ອຍໜຶ່ງ 4,200 mAh ໃຊ້ງານໄດ້ດົນເຖິງ 8.2 ຊົ່ວໂມງ.
ລະບົບການສາກໄຟໃຫ້ມາເປັນລະບົບສາກໄວ 40W ຜ່ານສາຍປົກກະຕິ ແລະ ສາມາດສາກໄຮ້ສາຍໄດ້ທີ່ກໍາລັງ 27W ຜ່ານແທ່ນສາກ SuperCharge
![]() |
Kirin 990 5G |
ດ້ານໂຕຊິບເຊັດແນ່ນອນວ່າຕ້ອງເປັນ Kirin 990 5G ຜະລິດດ້ວຍເທັກໂນໂລຢີໃໝ່ລ່າສຸດ 7 ນາໂນແມັດ, ເພີ່ມປະສິດທິພາບການເຮັດວຽກຕ່າງໆໃຫ້ສູງຂຶ້ນກວ່າເກົ່າ ແລະ ດ້ວຍລະບົບ 5G ກໍສາມາດເຮັດວຽກໄດ້ໄວກວ່າລະບົບເກົ່າ ເດີມໆຫຼາຍຂຶ້ນ
![]() |
ກ້ອງມີຊື່ວ່າ ຊື່ວ່າ “Halo Ring” ໃສ່ກ້ອງ “Cine Camera”ຄວາມລະອຽດ 40 ລ້ານພິກເຊວ |
ດ້ານລະບົບກ້ອງ ມີການອອກແບບກອບດ້ານຫຼັງໃໝ່ເປັນຊົງວົງມົນຊື່ວ່າ “Halo Ring” ໃສ່ກ້ອງ “Cine Camera”ຄວາມລະອຽດ 40 ລ້ານພິກເຊວມາໃຫ້ ເປັນກ້ອງທີ່ມີຄວາມສາມາດໃນການຖ່າຍວິດີໂອໄດ້ໃກ້ຄຽງກັບກ້ອງຖ່າຍມືອາຊີບ, ມີກ້ອງ “SuperSensing” ຄວາມລະອຽດ 40 ລ້ານພິກເຊວ ແລະ ກ້ອງ Telephoto ຂະໜາດ 8 ລ້ານພິກເຊວ ແລະ ເລນ 3D Depth-Sensing
ໜຶ່ງຄວາມສາມາດໂດດເດັ່ນທີ່ເອົາມາໃຫ້ທຸກຄົນຮູ້ຈັກຄືການຖ່າຍພາບຄວາມໄວສູງໃຫ້ເປັນ Ultra-Slow Motion ໃນ Mate 30 Pro ສາມາດເອົາໄປຖ່າຍນົກປະເພດທີ່ກະພືປີກບິນໄວທີ່ສຸດ ແລ້ວນໍາມາເຮັດໃຫ້ຊ້າລົງຈົນເຫັນທຸກການເຄື່ອນໄຫວຂອງນົກເລີຍ.
![]() |
ສະເປັກກ້ອງທີ່ສຸດຍອດ |
ສ່ວນໃນລຸ້ນທໍາມະດາຈະໃຫ້ມາເປັນກ້ອງມຸມກວ້າງ Wide-Angle ຄວາມລະອຽດສູງເຖິງ 40 ລ້ານພິກເຊວ ຮູຮັບແສງ f/1.8, ກ້ອງໄລຍະປົກກະຕິແມ່ນຄວາມລະອຽດ 16 ລ້ານພິກເຊວ ຮູຮັບແສງ f/2.2 ແລະ ປິດທ້າຍດ້ວຍກ້ອງ Telephoto ຂະໜາດ 8 ລ້ານພິກເຊວ ຮູຮັບແສງ f/2.4 ພ້ອມລະບົບກັນສັ່ນ OIS
![]() |
ສີສັນ ແລະ ຮູບຮ່າງທີ່ໂດດເດັ່ນ |
ດ້ານກ້ອງໜ້າ ຢູ່ເທິງຕິ່ງຂະໜາດກວ້າງຂອງ Mate 30 Pro ມີເຊັນເຊີນໍາກັນທັງໝົດ 4 ໂຕ, ເລີ່ມຈາກໂຕກ້ອງທີ່ຄວາມລະອຽດ 32 ລ້ານພິກເຊວ, ຕາມດ້ວຍ Gesture Sensor ສໍາລັບອ່ານການເຄື່ອນໄຫວມືຂອງເຮົາເພື່ອເຮັດວຽກຕາມຄໍາສັ່ງການປັດມືແບບຕ່າງໆ (ຄືກັບໃນ LG G8 ) ມີກ້ອງ 3D Depth ແລະ ເຊັນເຊີສໍາລັບຮັບແສງ Ambient Light ກັບຈັບໄລຍະຄວາມໃກ້ຂອງຜູ້ໃຊ້ Proximity. ສ່ວນລຸ້ນ Mate 30 ທໍາມະດາຈະມີຕິ່ງຂະໜາດທີ່ແຄບກວ່າ, ໃຫ້ກ້ອງໜ້າຄວາມລະອຽດ 24 ລ້ານພິກເຊວ ແລະ ເຊັນເຊີຮັບແສງ Ambient Light ກັບຈັບຄວາມໃກ້ຂອງຜູ້ໃຊ້Proximity. ສ່ວນເລື່ອງລະບົບສຽງ ລໍາໂພງຈະຢູ່ທີ່ດ້ານໃຕ້ໂຕເຄື່ອງ.
![]() |
ການໃຊ້ເຄື່ອງມື “AI Rotate” |
ນອກຈາກຄວາມສາມາດໂດດເດັ່ນໃນການຈັບຄໍາສັ່ງຈາກມືເຮົາທີ່ປັດໄປມາບໍລິເວນໜ້າຈໍໄດ້ແລ້ວ ຍັງມີ “AI Rotate” ທີ່ຈະຈັບຕໍາແໜ່ງຕາຂອງເຮົາວ່າຍັງແນມຈໍຢູ່ ຫຼື ບໍ່? ຈາກທິດທາງໃດ ກໍຈະໝຸນໃຫ້ກົງກັບມຸມທີ່ເຮົາເບິ່ງ ແລະ ເມື່ອມີຂໍ້ຄວາມເຂົ້າກໍຈະສະແດງຜົນໃຫ້ເຫັນ ແຕ່ຖ້າຫາກຈັບໄດ້ວ່າມີຄົນອື່ນຢູ່ກັບເຮົານໍາ ມັນກໍຈະແຈ້ງເຕືອນພຽງວ່າມີຂໍ້ຄວາມໂດຍບໍ່ສະແດງເນື້ອໃນຂໍ້ຄວາມອອກມາ
![]() |
ເລືອກສີທີ່ທ່ານມັກ |
ມີສີມາໃຫ້ເລືອກທັງໝົດ 4 ສີ: ຂຽວ Emerald Green, ດໍາ Black, ເງິນ Space Silver ແລະ ມ້ວງ Cosmic Purple. ເຊິ່ງມີຄວາມພິເສດຢູ່ບ່ອນທີ່ມີການໄລ່ສີຜິວເຄືອບຈາກແບບສີດ້ານບໍລິເວນເຄິ່ງດ້ານລຸ່ມໂຕເຄື່ອງຂຶ້ນໄປເປັນສີມັນເງົາຢູ່ດ້ານເທິງ
ຍັງບໍ່ໝົດພຽງແຕ່ເທົ່ານັ້ນ ທາງຫົວເຫວີຍຍັງນໍາສະເໜີວັດສະດຸດ້ານຫຼັງແບບໃໝ່ອີກສອງລຸ້ນຄືເປັນໜັງ Vegan Leather ທີ່ມີມາ 2 ສີນໍາກັນຄື ສີຂຽວ ແລະ ສີສົ້ມ ມາພ້ອມມາດຕະຖານກັນນໍ້າ ແລະ ຝຸ່ນ IP68 ໃນລຸ້ນ Pro ແລະ IP53 ໃນລຸ້ນທໍາມະດາ
ສະຫຼຸບສະເປັກລວມ
ສະເປັກລວມ ແລະ ທັງສອງລຸ້ນມີດັ່ງນີ້.
ສາມາດຕິດຕາມຂໍ້ມູນເພີ່ມເຕີມກ່ຽວກັບວັນທີ່ວາງຈໍາໜ່າຍໃນປະເທດລາວ ແລະ ສິນຄ້າຫົວເຫວີຍໄດ້ທີ່ເພຈທາງການຂອງຫົວເຫວີຍທີ່ https://web.facebook.com/HuaweimobileLA/
Post a Comment