ຂ່າວເດັ່ນ

ເລື່ອງຈິງຂອງພໍ່ຂ້ອຍ! ຂັບລົດຫົກໆ ລ້ຽງລູກ 4 ສາວ. ຊາຍທີ່ອົດອອມເພື່ອຄອບຄົວ


ມື້ນີ້ ທີມງານ ປະກາດ Pakaad ໄດ້ຮັບບົດຄວາມ ຈາກສາວ Koc Phodsavang ທີ່ເຫັນວ່າ ຈະເປັນບົດຮຽນຊີວິດ ແລະ ຄວາມຮັກຂອງຄອບຄົວ ທີ່ທຸກຄົນອາດຈະມີສາມາດ ເອົາໄປຮຽນຮູ້.

ພວກເຮົາມາອ່ານເລື່ອງລາວຂອງພໍ່ລາວເລີຍເນາ....

-----------------------

ພໍ່ແມ່ຂອງຂ້ອຍມີແຕ່ລູກສາວ 4 ສາວ ພໍ່ຂອງຂ້ອຍເຄີຍຖືອາຊີບແລ່ນລົດໂດຍສານເພື່ອຫາລ້ຽງຄອບຄົວເຊິ່ງເປັນວຽກທີ່ຫນັກຫລາຍ, ທຸກຢ່າງພໍ່ຕ້ອງເຮັດເອງທັງຫມົດເພາະບໍ່ມີລູກຊາຍຊ່ວຍ ຮ້ານສ້ອມແປງລົດໃຫ່ຍກໍ່ບໍ່ມີ ສະໄຫມນັ້ນຖະຫນົນຫົນທາງແມ່ນເປັນທາງດິນຫມົດ ທົ່ວແຂວງຊຽງຂວາງມີພຽງທາງເສັ້ນດຽວທີ່ປູຢາງຄືທາງເລກ7 ໄປສູ່ຫວຽດນາມ ສ່ວນເສັ້ນທາງຫາແຕ່ລະເມືອງ ຫລື ໄປຫາແຂວງອື່ນແມ່ນທາງດີນແດງທັງຫມົດ ຕັ້ງແຕ່ເລີ່ມຈື່ຄວາມໄດ້ຕອນຍັງນ້ອຍໆມາ ທຸກມື້ຂ້ອຍຈະເຫັນພໍ່ນຸ່ງແຕ່ເຄື່ອງເກົ່າໆ ເປື້ອນເຕັມໄປດ້ວຍນຳ້ມັນເຄື່ອງ, ບາງເທື່ອນຳ້ມັນດຳໆ ແລະ ຝຸ່ນກໍ່ຕິດຢູ່ໃບຫນ້າ ແລະ ເສັ້ນຜົມຂອງພໍ່.

ພໍ່ຂ້ອຍຂັບລົດໂດຍສານລຸ່ນເຮົາເອີ້ນວ່າລົດ 66 ເວລາກັບມາແຕ່ຕ່າງເມືອງເທື່ອໃດພາບທີ່ຈື່ຕິດຕາຂ້ອຍເຫັນ ພໍ່ ແລະ ລົດເຕັມໄປດ້ວຍຂີ້ຕົມຫລືບໍ່ກະຂີ້ຝຸ່ນ ທຸກຄັ້ງທີ່ໄດ້ຍີນສຽງລົດພໍ່ກັບມາເຮືອນຂ້ອຍຈະແລ່ນໄປຕ້ອນ..ໄປເກັບເອົາຫໍ່ເຂົ້າ ແລະ ກະຕຸກນຳ້ຢູ່ດ້ານຫ້ອງຂັບ ໃນຫໍ່ເຂົ້າພໍ່ນັ້ນຫໍ່ດ້ວຍຖົງຢາງຊິກແຊັກກັບຂອງກິນຫນ້ອຍດຽວ ມີເທື່ອຫນຶ່ງຂ້ອຍຫິວເຂົ້າກໍ່ລອງກິນຫໍ່ເຂົ້ານັ້ນເບິ່ງແຕ່ມັນທັງເຢັນ ທັງແຂງ ແລະ ບໍ່ແຊບຄືເຂົ້າທີ່ກິນຢູ່ເຮືອນ.

ໃນລະດູຝົນແຕ່ລະປີຖ້າຝົນຕົກຫນັກ ແລ້ວຖືກທ່ຽວລົດໄປຕ່າງເມືອງ ຫລືວຽງຈັນ ຫລາຍເທື່ອຂ້ອຍເຫັນພໍ່ອອກຈາກເຮືອນໄປຫລາຍມື້ກໍ່ບໍ່ມາຈັກເທື່ອ ຂ້ອຍໄດ້ແຕ່ຄອງຄອຍສຽງລົດຂອງພໍ່ວ່າປານໃດນໍຊິກັບມາຮອດ ພໍແຕ່ໄດ້ຍີນສຽງລົດ66ກໍ່ແ່ນອອກໄປເບິ່ງ ລົດນັ້ນເຕັມໄປດ້ວຍຂີ້ຕົມສູງກາຍຫົວຂ້ອຍ ພໍ່ເລົ່າໃຫ້ຟັງວ່າຫົນທາງເປື້ອນຫລາຍລົດຄາມາບໍ່ໄດ້ ຕ້ອງນອນແຮມຄືນລະຫວ່າງທາງ.

ຕະຫລອດເວລາທີ່ພໍ່ແລ່ນລົດໂດຍສານ ຂ້ອຍພະຍາຍາມຂໍໄປເປັນແອັດລົດຫລາຍຄັ້ງແຕ່ເພີ່ນກະບໍ່ເຄີຍໃຫ້ໄປນຳຈັກເທື່ອມີແຕ່ບອກວ່າ"ໂຕນ້ອຍປານນີ້ຊິໄປເຮັດຫຍັງໄດ້ ຈັກຫນ້ອຍໄປກະເປັນເຈັບເປັນໄຂ້ແຮ່ງບໍ່ແຂງແຮງຄືຫມູ່" ຂ້ອຍໄດ້ແຕ່ນ້ອຍໃຈວ່າຄືໃຫ້ເອື້ອຍໄປແຕ່ພັດບໍ່ໃຫ້ຂ້ອຍໄປ, ບາງເທື່ອພໍ່ເຈັບປະດົງຄໍ່ຢູ່ກໍ່ຕ້ອງອອກໄປແລ່ນລົດໂດຍສານ ຍ່າງຂາຫ້ານກະເດື້ອງກະດ້າງບໍ່ຄືຄົນປົກກະຕິ. ພໍຂ້ອຍມີອາຍຸເລີ່ມຢູ່ໃນໄວລຸ່ນໄວເປັນສາວຂື້ນໃຫ່ມ ຍັງເປັນໄວແບມືຂໍເງິນພໍ່ແມ່ໃຊ້ ຂ້ອຍມີຫມູ່ຫລາຍຄົນທີ່ມາຈາກຄອບຄົວທີ່ຖານະດີກວ່າ ຂ້ອຍຈະຮູ້ສຶກອາຍຢູ່ລຶກໆໃນໃຈເພາະເຄື່ອງນຸ່ງພໍ່ຂອງຂ້ອຍນັ້ນທັງເກົ່າແລະເປື້ອນໄປດ້ວຍຄາບນຳ້ມັນ ຂ້ອຍບໍ່ເຄີຍເຫັນພໍ່ແຕ່ງຕົວດີໆຄືກັບພໍ່ຄົນອື່ນ ຍົກເວັ້ນຍາມໄປດອງ ຜິວພັນພໍ່ກໍ່ດຳຂີ້ຫລີ້່.



ໄລຍະຕໍ່ມາຕອນຂ້ອຍໄດ້ອາຍຸ15ປີອາການເຈັບປະດົງຄໍ່ຂອງພໍ່ກຳເລີ່ມແຮງຈົນຍ່າງບໍ່ໄດ້ເລິຍເຮັດໃຫ້ຕ້ອງຢຸດເຊົາອາຊີບນີ້ຢ່າງຖາວອນ. ຫລັງຈາກຂ້ອຍກ້າວເຂົ້າຮຽນມະຫາໄລຢູ່ວຽງຈັນທຸກຄັ້ງເວລາຂໍເງິນນຳພໍ່ ເພີ່ນມັກຈົ່ມວ່າໃຫ້ໃຊ້ເງິນປະຫຍັດແດ່ ຂ້ອຍຈະຮູ້ສຶກງຸດງິດໃສ່ເພີ່ນທັນທີ ເພາະບໍ່ໄດ້ຕາມໃຈຕ້ອງການ ແລະ ບໍ່ຢາກໃຫ້ໃຜລຳ່ໄລ, ຄວາມຈິງແລ້ວຂ້ອຍໃຊ້ເງິນເປືອງແທ້ຍ້ອນໄປຊື້ເຄື່ອງນຸ່ງໃຫ່ມແລ່ນຕາມແຟຊັ່ນຈົນຕູ້ເຄື່ອງເຕັມ ຍັດໃສ່ຈົນບໍ່ໄດ້...ຕົກມາຮອດໄລຍະພັກແລ້ງເວລາຂ້ອຍເມືອຢາມບ້ານຍາມໃດພໍ່ຂ້ອຍກໍ່ຍັງໃສ່ເຄື່ອງເກົ່າ ແລະ ເກີບຄູ່ເກົ່າຄູ່ນັ້ນບໍ່ເຄີຍປ່ຽນທັ່ງທີ່ມັນເກົ່າຫລາຍແລ້ວ ກໍ່ບໍ່ຍອມຊື້ໃຫ່ມ ຫລາຍສິ່ງຫລາຍຢ່າງທີ່ຂ້ອຍເຄີຍມີຄຳຖາມ ແລະ ຈົ່ມໃນໃຈວ່າເປັນຫຍັງພໍ່ຂ້ອຍຄືບໍ່ແຕ່ງຕົວດີດີ ຊື້ເຄື່ອງນຸ່ງໃຫ່ມໆມານຸ່ງຄືຄົນອື່ນໆ...

ຕໍ່ມາຊີວິດຂ້ອຍເລີ່ມສູ່ຈຸດພິກຜັນເມື່ອຂ້ອຍໄດ້ເລີ່ມເຮັດການຫາເງິນເອງ ວຽກທຳອິດທີ່ຂ້ອຍເຮັດແມ່ນເປັນພະນັກງານຕ້ອນຮັບສັນຍາຈ້າງຢູ່ໄປຊະນີດີເອັດສແອວ ຂ້ອຍເຮັດວຽກ5,5ມື້ຕໍ່ອາທິດ ເງິນເດືອນລ້ານປາຍກີບ ມື້ທຳອິດທີ່ໄດ້ເງິນເດືອນທຳອິດຂ້ອຍດີໃຈຈົນຍີ້ມຫມົດມື້ເຖິງແມ່ນວ່າຈະບໍ່ຫລາຍປານໃດສຳລັບຄົນອື່ນກໍ່ຕາມ ແຕ່ນັ້ນເປັນເງິນກ້ອນໃຫ່ຍສຳລັບຂ້ອຍ, ຫລາຍເດືອນຜ່ານໄປລາຍໄດ້ແລະລາຍຈ່າຍທີ່ຂ້ອຍແບກຮັບແມ່ນຫນັກສົມຄວນ ມັນໄດ້ເຮັດໃຫ້ຂ້ອຍເລີ່ມຮູ້ສຶກເຖິງຄວາມລຳບາກກ່ອນຈະໄດ້ເງິນມາກີບຫນຶ່ງຕ້ອງແລກດ້ວຍນຳ້ເຫື່ອແລະຄວາມອົດທົນຫລາຍຊຳ່ໃດ...

ວຽກຂອງຂ້ອຍແມ່ນນັ່ງໃນຫ້ອງແອເຢັນສະບາຍເຊິ່ງມັນທຽບບໍໄດ້ເລິຍກັບອາຊີບພໍ່ຂ້ອຍທີ່ຕ້ອງນອນພື້ນດິນເພື່ອແປງລົດ ບາງເທື່ອກະນອນຕາມທາງເພາະລົດເພຫລືຫົນທາງຄາໄປຕໍ່ບໍ່ໄດ້ ບາງເທື່ອໂຊກບໍ່ດີບໍ່ມີຜູ້ໂດຍສານເງິນທີ່ເກັບໄດ້ຈາດຜູ້ໂດຍສານກະບໍ່ພໍຮອດຄ່ານຳ້ມັນ ຍິ່ງໄປກວ່ານັ້ນຖ້າລົດເພຫລືເກີດອຸບັດເຫດກໍ່ແຮ່ງຮ້າຍໄປກວ່າເກົ່າ ນອກຈາກນີ້ລາຍຈ່າຍທີ່ຂ້ອຍແບກຮັບມັນທຽບບໍ່ໄດ້ເລິຍການທີ່ພໍ່ແມ່ລ້ຽງລູກສີ່ຄົນຫລາຍປີທັງສົ່ງຮຽນພ້ອມກັນ...

ຫລາຍປີມານີ້ເລີ່ມຕັ້ງແຕ່ຮູ້ຫາເງິນເອງ ຜ່ານປະສົບການຊີວິດມາຫລາຍຢ່າງຈິ່ງໄດ້ຄຳຕອບວ່າເປັນຫຍັງພໍ່ຈິ່ງນຸ່ງແຕ່ເຄື່ອງເກົ່າໆ ແລະ ສິ່ງເຫລົ່ານີ້ແມ່ນພໍ່ອົດອອມເພື່ອອານາຄົດທີ່ດີຂອງຂ້ອຍ.... ມາຕອນນີ້ໄດ້ຮູ້ວ່າຂ້ອຍໂຊກດີພຽງໃດທີ່ມີພໍ່ເຮັດທຸກຢ່າງເພື່ອຂ້ອຍ.

ຜູ້ຊາຍທີ່ເປັນຫ່ວງເຮົາທີ່ສຸດນັ້ນແມ່ນໃຜ ຍອມເຮັດທຸກຢ່າງເຖິງວ່າຈະລຳບາກເພື່ອໃຫ້ເຮົາກິນອີ່ນນຸ່ງອຸ່ນ. ຂ້າພະເຈົ້າກໍ່ບໍ່ໄດ້ເປັນລູກທີ່ດີສົມບູນແບບແຕ່ກໍ່ຢາກຂຽນເລື່ອງຊີວິດຈິງຂ້າພະເຈົ້າຂື້ນມາເພື່ອໃຫ້ຜູ້ອ່ານລອງຄິດຫວນຄືນເລື່ອງລາວຂອງຕົນເອງວ່າເປັນແນວໃດ.

ຖ້າໃຜທີ່ອ່ານຈົບ ຫາກທ່ານຍັງມີພໍ່ຢູ່ ລອງຂຽນຄອມເມັ້ນມາວ່າສິ່ງໃດທີ່ທ່ານຢາກເຮັດໃຫ້ພໍ່ຫລາຍທີ່ສຸດແມ່ນຫຍັງ

ຂອບໃຈເລື່ອງລາວຈາກ Koc Phodsavang



_______

ປະກາດ Pakaad: ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

ຢ່າລືມກົດຕິດຕາມແຟນເພຈ ປະກາດ Pakaad ເພື່ອໄດ້ຮັບຂ່າວສານ ແລະ ສາລະໜ້າຮູ້

ຫາກທ່ານພົບເຫັນຂໍ້ມູນຂ່າວບໍ່ຖືກຕ້ອງ ຫຼື ທ່ານຕ້ອງການສົ່ງຂ່າວຫາທີມງານປະກາດສາມາດສົ່ງໄປທາງຂໍ້ຄວາມຂ້າງລຸ່ມນີ້. ຂໍຂອບໃຈ


ແບ່ງປັນເລື່ອງນີ້:

Post a Comment


ປະກາດ Pakaad: ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ
ຢ່າລືມກົດຕິດຕາມແຟນເພຈ ປະກາດ Pakaad ເພື່ອໄດ້ຮັບຂ່າວສານ ແລະ ສາລະໜ້າຮູ້

ຫາກທ່ານພົບເຫັນຂໍ້ມູນຂ່າວບໍ່ຖືກຕ້ອງ ຫຼື ທ່ານຕ້ອງການສົ່ງຂ່າວຫາທີມງານປະກາດ ສາມາດສົ່ງໄປທາງຂໍ້ຄວາມດ້ານລຸ່ມ



ພິເສດ: ເປັນກໍາລັງໃຈໃຫ້ທີມງານພວກເຮົາ ຢ່າລືມແບ່ງປັນ ແລະ ປະກອບຄໍາຄິດເຫັນດ້ວຍ

 
Copyright © ປະກາດ Pakaad.