[Latest News][6]

ຂ່າວລັດຖະບານ

ປະຫວັດຄວາມເປັນມາຂອງ ບ້ານລ້ອງຍາ ແລະ ຮອຍຕີນພະບາດ, ແຂວງອຸດົມໄຊ


ປະຫວັດຄວາມເປັນມາຂອງ ບ້ານລ້ອງຍາ ແລະ ຮອຍຕີນພະບາດ

I. ປະຫວັດຄວາມເປັນມາຂອງບ້ານລ້ອງຍາ
ປະຫວັດຄວາມເປັນມາຂອງບ້ານລ້ອງຍາ ໃນເມື່ອກ່ອນມີປະຊາຊົນ 3 ຄອບຄົວ ມີພົນລະເມືອງ 11 ຄົນ, ຍິງ 5 ຄົນ ຍົກຍ້າຍມາແຕ່ບ້ານຖິ່ນ, ເມືອງໄຊ, ເປັນຊົນເຜົ່າລື້ ມາຕັ້ງຖິ່ນຖານຢູ່ແຄມນ້ຳກໍເປັນບ່ອນທີ່ມີຄວາມອຸດົມສົມບູນໄປດ້ວຍຊັບພະຍາກອນປ່າໄມ້, ໃນນ້ຳມີປາ, ໃນປ່າມີສັດນາໆຊະນິດ. ຍ້ອນຄວາມອຸດົມສົມບູນດັ່ງກ່າວ ມາຮອດສັດຕະວັດທີ່ 17 ມີພໍ່ເຖົ້າປູ່ຈຳຫານ ແລະ ກວານຈຳອຸດ 2 ພີ່ນ້ອງພ້ອມດ້ວຍຄອບຄົວ ໄດ້ຍົກຍ້າຍມາ ພ້ອມພີ່ນ້ອງ 4 ຄອບຄົວ ມີພົນລະເມືອງ 19 ຄົນ, ຍິງ10 ຄົນ ມາແຕ່ເມືອງ 12 ພັນນາ ມາຢູ່ບ້ານລ້ອງຍາ ລວມກັນເປັນ 7 ຄອບຄົວ ມາຮອດທ້າຍສັດຕະວັດທີ່ 17 ມີເຜົ່າຢັ້ງ ແລະ ເຜົ່າຜູ້ໄທດຳ ຈຳນວນ 7 ຄອບຄົວ ຍົກຍ້າຍມາແຕ່ ເມືອງໄລ່, ເມືອງແຖງ ລວມເຂົ້າກັນເປັນ 14 ຄອບຄົວ ຢູ່ຮ່ວມກັນ ແລະ ຕັ້ງຊື່ບ້ານວ່າ: ບ້ານລ້ອງຍາ ໂດຍແມ່ນ ທ້າວ ແສນທະ ເປັນນາຍບ້ານ ຈຶ່ງໄດ້ພ້ອມກັນຂຸດຫົວເລົາ ເຜົາຫົວຫຍ້າ ເອົາຫລັງສູ່ຟ້າ ໜ້າສູ່ແດດ ບຸກເບີກສ້າງໄຮ່ນາຕາມລ້ອງແມ່ນ້ຳກໍ ແລະ ຂະຫຍາຍເຂດຜະລິດ,ເຂດຄຸ້ມຄອງໄປຮອດພູທຸມໃຕ້, ພູທຸມເໜືອ ແລະ ຫ້ວຍຍາກໍ່ເປັນເຂດທໍາການຜະລິດຂອງບ້ານລ້ອງຍາ ຫຼື ເຂດຕາແສງລ້ອງຍາໃນເມື່ອກ່ອນ ໂດຍແມ່ນ ທ້າວ ໄມ່ປ໋າວ ເປັນຕາແສງ. ລ້ອງຍາໃນເມື່ອກ່ອນຈຶ່ງໄດ້ເອົານ້ຳຫ້ວຍຍາ ມາເປັນຊື່ລືນາມຂອງບ້ານດັ່ງນັ້ນຈຶ່ງໄດ້ໃສ່ຊື່ວ່າ: ບ້ານລ້ອງຍາ ຈົນເຖິງປະຈຸບັນນີ້ ໂດຍສືບທອດມູນເຊື້ອກັນມາເຖິງຊົ່ວລູກຫລານ. ປະຈຸບັນບ້ານລ້ອງຍາເປັນບ້ານຊົນເຜົ່າລື້ 100% ມີ 89 ຫລັງຄາເຮືອນ ມີ 100 ຄອບຄົວ ມີພົນລະເມືອງທັງໝົດ 415 ຄົນ, ຍິງ 125 ຄົນ ອາຊີບຕົ້ນຕໍແມ່ນເຮັດນາ ແລະ ອາຊີບສຳຮອງແມ່ນປູກຝັງລ້ຽງສັດ.


II. ປະຫວັດຄວາມເປັນມາຂອງຮອຍຕີນພະບາດ
ຕາມການເລົ່າຂານສືບຕໍ່ກັນມາວ່າ: ຢູ່ທາງທິດຕາເວັນອອກສຽງໃຕ້ມີປ່າໄມ້ ແລະ ຕົ້ນໄມ້ໃຫຍ່ດົກໜາເປັນທີ່ຢູ່ອາໃສ່ຂອງສັດນາໆຊະນິດ. ດັ່ງນັ້ນໃນແຕ່ລະປີ ໄດ້ມີຊ້າງຝູງໜຶ່ງລ່ອງຫ້ວຍແຮ້ມາກາບໄຫວ້ຮອຍຕີນພະບາດ ໃນມື້ວັນສີນໃຫຍ່ 14-15 ຄ່ຳ ເດືອນຈຽງເພັງ ໂດຍແມ່ນ ທ້າວ ແສນປັນຍາ ເປັນຜູ້ພົບເຫັນ ຊຶ່ງຊ້າງຝູງນັ້ນໄດ້ກາບໄຫວ້ດ້ວຍການນັ່ງຄຸເຂົ່າລົງແລ້ວເອົາງວງຍົກຂຶ້ນຟ້າລັກສະນະເຮັດຄືຄົນເຮົາກາບໄຫ້ວ ແລ້ວກໍ່ພາກັນລ່ອງຫ້ວຍແຮ້ຂ້າມນ້ຳກໍລຽບຕີນພູທາງທິດຕາເວັນອອກສຽງເໜືອ ທຸກວັນນີ້ຊາວບ້ານລ້ອງຍາຈຶ່ງເອີ້ນກັນວ່າ: ນາຊ້າງລຽບ ຊ້າງຝູງນັ້ນມີພຶດຕິກຳບໍ່ດີເຊັ່ນ: ທຳລາຍຜົນລະປູກ, ໄຮ່-ນາ-ຮົ້ວສວນ ຂອງປະຊາຊົນເສຍຫາຍ ປະຊາຊົນມີຄວາມຄຽດແຄ້ນຈຶ່ງພາກັນເອົາປືນແກັບ, ປືນເພີງໂຫ່ໄລ່ຍິງໃສ່ ຊ້າງຝູງນັ້ນກໍ່ແຕກຕື່ນແລ່ນໜີມີຊ້າງໂຕໜຶ່ງຖືກຍິງບາດເຈັບມາຕາຍຢູ່ທາງທິດໃຕ້ຂອງບ້ານປຸງຫຽງ ປັດຈຸບັນນີ້ເພີ່ນຈຶ່ງເອີ້ນວ່າ: ນາຝັງຊ້າງ.


III. ການຄົ້ນພົບເຫັນຮອຍຕີນພະບາດ
ປີ 1915-1926 ໂດຍອີງໃສ່ຮີດຄອງທີ່ເຄີຍນັບຖືກັນມາທາງພຸດທະສາດສະໜາ ໄດ້ມີການເຂົ້າກຳປະຕິບັດທຳຢູ່ວັດບ້ານລ້ອງຍາ, ດັ່ງນັ້ນເຖົ້າແກ່ທັງຫລາຍຈຶ່ງແຕ່ງຕັ້ງກັນເມືອນິມົນພະພິຂຸສົງຢູ່ເມືອງຊ່າງຍອງປະເທດຈີນມາເຂົ້າກຳທີ່ວັດບ້ານລ້ອງຍາ ເມື່ອພະພິຂຸສົງມາຮອດແລ້ວເຖົ້າແກ່ພໍ່ແມ່ນ້ອຍໜຸ່ມຍິງສາວກໍ່ພາກັນຕົກແຕ່ງຫ້າງຫາເຄື່ອງແຈກທານ, ຕູບກຳ 3 ຕູບ ພະຕູບ 3 ຕົນໄປປະຈຳຢູ່ໃນ ສັນເຂົ້າຄາບດຽວ. ຫໍດະຫໍເດືອ ໃນເມື່ອຫ້າງຫາກະກຽມແລ້ວ ໃນມື້ເດືອນກຳເພັງກໍ່ມີການແຈກທານຈົນຮອດ 9 ວັນ 9 ຄືນ ຈຶ່ງມີການເລືອກກຳ ການເຂົ້າກຳໃນເມື່ອກ່ອນກໍ່ແມ່ນການປະຕິບັດທຳມະຄຳສັ່ງສອນທາງພຸດທະສາດສະໜາ ໃນເມື່ອເລືອກກຳສະຫລອງກຳແລ້ວ ສາທຸຊ່າງຍອງກໍ່ໄດ້ເອົາທຳພະບາລຽບໂລກມາເທດສະໜາສະຫລອງກຳ ຕາມຄຳພີຂອງທໍາພະບາດລຽບໂລກໄດ້ກ່າວວ່າ: ຢູ່ໃນໂລກມີຮອຍພະບາດຈຳນວນ 3 ຕື້ 4 ແສນ 150 ໝື່ນຮອຍ ຢູ່ໃນທົ່ວໂລກ. ຕາມຄຳພີທໍາພະບາດລຽບໂລກໄດ້ກ່າວໄວ້ວ່າ: ຢູ່ຫ້ວຍແຮ້ປ່ອງນ້ຳກໍມີ 1 ຮອຍ, ຮອຍຕີນເສນາ 2 ຮອຍໃນເມື່ອສາທຸເທດສະໜາສຸດແລ້ວ ສາທຸກໍ່ໄດ້ຄົ້ນຄ້ວານຳເຖົ້າແກ່ທີ່ມາຟັງທຳຮູ້ແຈ້ງເຫັນຈິງນໍາກັນວ່າ: ຢູ່ຫ້ວຍແຮ້ປ່ອງນໍ້າກໍ່ມີ 1 ຮອຍ ດັ່ງນັ້ນ, ສາທຸຈຶ່ງໄດ້ຄົ້ນຄ້ວາແຕ່ງຕັ້ງກັນຊອກຫາຮອຍຕີນພະບາດ ສ່ວນສາທຸກໍ່ໄດ້ຂຶ້ນໄປຊອກຢູ່ທາງເມືອງນາໝໍ້ ເຂດບ້ານອ່າຍ, ບ້ານຂວາງ, ໄປຊອກນໍ້າກໍ່ປ່ອງນໍ້າພາກກໍ່ບໍ່ເຫັນ ແລ້ວຊອກຫາທຸກສາລະທິດບ້ານອ່າຍ, ບ້ານຂວາງ ຈົນຮອດບ້ານເມືອງເງິນກໍ່ບໍ່ເຫັນ ຈຶ່ງກັບຄືນມາວັດບ້ານລ້ອງຍາ. ສາທຸຈຶ່ງຄົ້ນຄ້ວານໍາເຖົ້າແກ່ແລ້ວພາກັນຊອກແຕ່ປາກຫ້ວຍແຮ້ປ່ອງນ້ຳກໍເມືອ ໄປຮອດບ່ອນປ່າດົງດົກໜາປ່າໄມ້ໃຫ່ຍບ່ອນທີ່ຝູງຊ້າງເຄີຍມາກາບໄຫວ້ໃນເມື່ອກ່ອນ ຜ່ານໄປຫຼາຍປີທີ່ ທ້າວ ແສນປັນຍາ ເມືອພົບເຫັນຊ້າງມາກາບໄຫວ້ ກໍ່ພົບເຫັນກ້ອນຫີນກ້ອນໜຶ່ງຍາວປະມານ 1,5 ແມັດ, ກ້ວາງປະມານ 80 ຊັງຕີແມັດ, ສູງປະມານ 50 ຊັງຕີແມັດ. ມີສີດຳເຫຼື້ອມ ຫຼິ່ງໄປທາງທິດຕາເວັນຕົກມີແຕ່ສົ້ນຕີນ ບໍ່ມີນີ້ວ ຢູ່ໃນວົງສົ້ນຕີນມີ 4 ຮອຍສົ້ນຕີນ ຕາມຄຳພີຕິກາທໍາໄດ້ກ່າວໄວ້ວ່າ:
- ຮອຍສົ້ນທີ່ 1: ກະກຸສັນໂທ
- ຮອຍສົ້ນທີ່ 2: ໂກນາກຳມະໂນ
- ຮອຍສົ້ນທີ່ 3: ກັດສະໂປ
- ຮອຍສົ້ນທີ່ 4: ໂຄຕະໂມ


ຊ້ອນກັນຢູ່ໃນວົງໃນຂອງສົ້ນຕີນ ສວ່ນຮອຍທີ່ 5 ຊື່ວ່າ: ອະຣິຍະເມດໄຕ ເປັນຮອຍສຸດທ້າຍຍັງບໍ່ທັນມາຍໍ່າເທື່ອ. ສະເພາະຮອຍຕີນພະບາດແມ່ນຮອຍພະບາດແມ່ນຫຼິ່ງ (ງ່ຽງ) ໄປທາງທິດຕາເວັນຕົກປະມານ 90ອົງສາ ເປັນກ້ອນຫີນສີດຳເຫຼື້ອມເປັນໜ້າອັດສະຈັນ ແລະ ມີຄວາມພິດສະດານ ບໍ່ມີສັດໂຕໃດມາຮຸກສີ, ໃບໄມ້ໃບໜຶ່ງກໍ່ບໍ່ຕົກມາໃສ່ຮອຍຕີນທັ້ງໆທີ່ວ່າຢູ່ບໍລິເວນນັ້ນມີຕົ້ນໄມ້ ເບິ່ງແລ້ວເປັນຕາເບິ່ງຕາຊົມ ໃນເມື່ອເຫັນກ້ອນຫີນແປກປະຫຼາດແນວນັ້ນ ສາທຸຈຶ່ງເວົ້ານຳເຖົ້າແກ່ທຸກຄົນທີ່ໄດ້ມາຮູ້ມາເຫັນວ່າ ນີ້ແລ້ວແມ່ນກ້ອນຫີນຮອຍຕີນພະບາດທີ່ອອກຢູ່ໃນທຳພະບາດລຽບໂລກວ່າ: ຫ້ວຍແຮ້ປ່ອງນໍ້າກໍມີ 1 ຮອຍ, ເປັນແຕ່ນໍາບຸນກຸສົນຂອງພວກເຮົາທີ່ໄດ້ມາຄົ້ນຫາຫຼາຍວັນຈຶ່ງໄດ້ມາພົບເຫັນ ສາທຸຈຶ່ງໄດ້ບອກກ່າວໃຫ້ເຖົ້າແກ່ທັງຫຼາຍ ແລະ ຊາວບ້ານວ່າ: ໃຫ້ພາກັນປົກປັກຮັກສາຖ້າບຸກຄົນໃດມີສັດທາຢາກມາສ້າງມາສາໃຫ້ນົບຄົບຢຳເມດຕາພາວັນນາຈຳສີນ, ຕັ້ງຫໍໂຮງສ້າງກວມຮອຍພະບາດນີ້ກໍ່ໄດ້ ແຕ່ຫ້າມບໍ່ໃຫ້ງັດແງະ, ບໍ່ໃຫ້ພິກໃຫ້ປີ້ນແມ່ນແຕ່ເສັ້ນຜົມຜ່າແປດ, ມັນຈະເກີດອຸປະຕິເຫດໂກລະຫົນ, ແພ້ບ້ານແພ້ເມືອງ, ຄົນຈະລົ້ມຕາຍໂດຍສະເພາະແມ່ນຊາວບ້ານລ້ອງຍາ.


ໃນເມື່ອຄົ້ນພົບຮອຍຕີນພະບາດເຫັນແລ້ວ ສາທຸຍັງນຳພາເຖົ້າແກ່ຊອກຫາຮອຍຕີນເສນາທັງສອງ ຮອຍທີ່ໄດ້ກ່າວໄວ້ໃນທຳພະບາດລຽບໂລກ ໃນທີ່ສຸດສາທຸ ແລະ ເຖົ້າແກ່ກໍ່ໄດ້ຄົ້ນພົບຮອຍຕີນເສນາທັງສອງ. ຮອຍທີ່ 1 ຢູ່ທິດຕາເວັນຕົກສ່ຽງໃຕ້ຂອງບ້ານລ້ອງຍາ ແລະ ຮອຍທີ່ 2 ຢູ່ທິດຕາເວັນອອກສ່ຽງໃຕ້ຫ່າງຈາກຮອຍພະບາດ 200 ແມັດ ໃນເມື່ອຄົ້ນພົບຮອຍພະບາດ ແລະ ຕີນເສນາທັງສອງຮອຍແລ້ວ ສາທຸກໍ່ໃຫ້ຄຳໂອວາດຕັກເຕືອນເຖົ້າແກ່ ແລະ ຊາວບ້ານ ແລ້ວກໍ່ກັບຄືນເມືອຊ່າງຍອງ ເພື່ອຈະເມືອເອົານ້ຳຮັກ, ນ້ຳຫາງ ແລ້ວຈະກັບຄືນມານຳພາເຖົ້າແກ່ ແລະ ຊາວບ້ານສ້າງສາພະບາດໃຫ້ເປັນທີ່ເຄົາລົບນັບຖື ແລະ ໄຫວ້ນັບຄົບຍໍາແກ່ຊາວພຸດທັງຫຼາຍ. ໃນທີ່ສຸດສາທຸກໍ່ບໍ່ໄດ້ກັບຄືນມາ ຍ້ອນສະພາບການບ້ານເມືອງມໄປມາຫາສູ່ກັນບໍ່ໄດ້. ໃນເມື່ອເຖົ້າແກ່ ແລະ ຊາວບ້ານລໍຄອຍຖ້າສາທຸບໍ່ມາແລ້ວ ຈຶ່ງພາກັນຕັ້ງຕູບນ້ອຍກວມຮອຍຕີນພະບາດເອົານ້ຳເຕົ້າດິນເມືອວາງໄວ້. ຮອດມື້ປີໃໝ່, ເຂົ້າພັນສາ-ອອກພັນສາ ຈຶ່ງພາກັນເມືອແຈກເມືອທານຕາມຮີດຄອງປະເພີນີ ຕາມຄວາມເຊື່ອຖືວ່າ: ເຖົ້າແກ່ເມືອປຸກຕູບນ້ອຍກວມຮອຍຕີນພະບາດຢູ່ໃນກາງປ່າດົງອັນຕຶບໜາແມ່ນແຕ່ສັດໂຕໜຶ່ງກໍ່ບໍ່ທໍາລາຍຮຸກສີ ໃບໄມ້ໃບໜຶ່ງກໍ່ບໍ່ມາຕົກໃສ່ຮອຍຕີນພະບາດແມ່ນແຕ່ໃບດຽວ.


IV. ການກໍ່ສ້າງຮອຍພະບາດຖືກຫຼົ້ມເຫຼວ
ມາເຖິງປີ 1930 ສຽງຊ່າລືໄປທຸກສາລະທິດວ່າຢູ່ຫ້ວຍແຮ້ປ່ອງນ້ຳກໍມີຮອຍຕີນພະບາດ ຢູ່ບ້ານລ້ອງຍາເມືອງໄຊ ແຂວງອຸດົມໄຊ ໃນປະຈຸບັນຂ່າວລືໄປຮອດນ້ຳບາກລວງອູ ເວລານັ້ນມີສາທຸລາວ ຈຳນວນ 22 ອົງຂຶ້ນມາແຕ່ຫາດສ໋າດອນລອມ ມາກິນທານທີ່ວັດພະເຈົ້າສິງຄຳ ເມືອງຫລາ ເມື່ອກິນທານແລ້ວເພີ່ນກໍ່ພາກັນຂຶ້ນຕາມນ້ຳກໍມາຮອດວັດລ້ອງຍາ ເມື່ອສາທຸມາເຖິງແລ້ວກໍ່ໄດ້ເອີ້ນເອົາເຖົ້າແກ່ທັງຫຼາຍມາຖາມວ່າ: ຢູ່ຫ້ວຍແຮ້ປ່ອງນ້ຳກໍ ຢູ່ບ້ານລ້ອງຍາມີຮອຍຕີນພະບາດບໍ? ເຖົ້າແກ່ທັງຫຼາຍກໍ່ໄດ້ທູນສາທຸວ່າ: ສາທຸ ມີຂະນ້ອຍ ຢູ່ບ້ານລ້ອງຍາມີຮອຍຕີນພະບາດ ເມື່ອສາທຸໄດ້ຍິນແນວນັ້ນຈຶ່ງໃຫ້ເຖົ້າແກ່ທັງຫຼາຍພາເມືອເບິ່ງຕົວຈິງວ່າແມ່ນຮອຍຕີນພະບາດແທ້ບໍ! ຈຶ່ງເຫັນວ່າແມ່ນຮອຍພະບາດແທ້ ດັ່ງນັ້ນ, ສາທຸກໍ່ມີຈິດໃຈຢາກສ້າງພະບາດ ຈຶ່ງໄດ້ປຶກສາຫາລືນຳຊາວບ້ານ ແລະ ເຖົ້າແກ່ທັງຫຼາຍ ກໍເຫັນດີເປັນເອກະພາບຕົກລົງເຫັນດີກໍ່ສ້າງ ເມື່ອທຸກຄົນເຫັນດີສາທຸກໍ່ໄດ້ນໍາພາເຖົ້າແກ່ຊາວບ້ານກໍ່ສ້າງພະບາດຂຶ້ນ ເຊິ່ງໜຶ່ງໃນສາທຸທັງຫຼາຍໄດ້ນໍາພາຊາວບ້ານພ້ອມກັນລົງມືຂຸດທາງແຕ່ບ້ານອ້ອມພູເຈິງ ລວງກວ້າງ 2 ແມັດ ລວງຍາວ 200 ແມັດໄປເຖິງຮອຍຕີນພະບາດ ເພື່ອສະດວກໃນການໄປມາ. ສາທຸສອງຕົນໄດ້ນໍພາຊາວບ້ານຂຸດເດີນສະຖານທີ່ຮາບພຽງ ໂດຍນຳເອົາກ້ອນຫີນມາກໍ່ອ້ອມຮອຍຕີນພະບາດຢ່າງສະອາດງາມຕາໃນທຸກໆດ້ານ ແຕ່ຮອຍພະບາດມັນຫຼິ່ງໄປທາງທິດຕາເວັນຕົກປະມານ 90 ອົງສາ ເມື່ອເຫັນເປັນແບບນັ້ນສາທຸພ້ອມເຖົ້າແກ່ທັງຫຼາຍຢາກໃຫ້ຮອຍຕີນພະບາດພຽງກັນ ຈຶ່ງພາກັນຂຸດອອ້ມແລ້ວເອົາໄມ້ມາງັດແງະ, ພິກປີ້ນ ເຮັດໃຫ້ມີການເຄື່ອນເໜັງ ເຊິ່ງມັນມີຜົນກະທົບຕໍ່ຮອຍຕີນພະບາດ ທັນໃດນັ້ນກໍ່ເກີດເຫດກົນລະຫົນທີ່ບໍ່ຄາດຄິດຂຶ້ນມາທັນທີ ສາທຸທັງຫລາຍກໍ່ເລືອດດັງອອກ, ມີບາງຕົນກໍ່ເລືອດສົບອອກເປັນຕາຢ້ານກົວທີ່ສຸດ.


ເມື່ອເກີດເຫດການຄືແນວນັ້ນ ສາທຸທັງຫຼາຍກໍ່ພາກັນຢ້ານກົວແຕກໜີໄປໃຜໄປມັນໂດຍບໍ່ມາຢຽບຮອດວັດອີກເລີຍ, ຊາວບ້ານກໍ່ມີເຫດລົ້ມຕາຍໃນແຕ່ລະມື້ແຕ່ລະວັນບໍ່ຂາດ ເອົາໄປໜ້າຜູ້ຢູ່ບ້ານໜ້າກໍ່ຕາຍອີກຢ່າງເນື່ອງນິດລຽນຕິດ ຈົນຂ່າວຄາວໄປຮອດບ້ານໃຕ້ບ້ານເໜືອວ່າບ້ານລ້ອງຍາເປັນຂະຍຸດຄົນຕາຍ. ສະພາບຜ່ານໄປໄດ້ 15 ວັນຜູ້ຄົນກໍ່ຍັງລົ້ມຫາຍຕາຍຈາກ ເມື່ອສະພາບເປັນຄືແນວນັ້ນຊາວບ້ານກໍ່ພາກັນແຕກຕື່ນຢ້ານກົວ, ຈຳນວນໜຶ່ງກໍ່ພາກັນໜີໄປຢູ່ເມືອງຜາອຸດົມ, ຈຳນວນໜຶ່ງກໍ່ພາກັນໜີໄປຢູ່ເມືອງຫ້ວຍຊາຍ, ຈຳນວນໜຶ່ງກໍ່ໜີໄປຢູ່ນຳພີ່ນ້ອງບ້ານໃຕ້-ບ້ານ ເໜືອ, ເກີດເປັນບ້ານເສົ້າເມືອງໝອງ, ແຕ່ລະມື້ຊາວບ້ານນ້ຳຫູມານ້ຳຕາອອກມີຄວາມຢ້ານກົວ, ບໍ່ມີຄວາມສະຫງົບ ເມື່ອເຫັນສະພາບເປັນຄືແນວນັ້ນບັນດາເຖົ້າແກ່ທັງຫຼາຍນຳພາໂດຍເຖົ້າແສນປັນຍາ, ເຖົ້າແສນລັງສີ ແລະ ເຖົ້າແສນທະນະ ກໍ່ໄດ້ນໍາພາເຖົ້າແກ່ທັງຫຼາຍຫ້າງຂັນດອກໄມ້ທຽນ 13 ຄູ່ເມືອຄາລະວະສົມມາຮອຍຕີນພະບາດ ທີ່ສາທຸ ແລະ ເຖົ້າແກ່ຊາວບ້ານທັງຫຼາຍໄດ້ກະທຳຜິດໄດ້ຂຸດ, ງັດແງະ ແລະ ພິກປີ້ນ ເຮັດໃຫ້ມີການເຄື່ອນເໜັງທີ່ສົ່ງຜົນກະທົບຕໍ່ຮອຍຕີນພະບາດ. ຫຼັງຈາກນັ້ນສະພາບການຕາຍແລະ ສະພາບຕົກສະທ້ານຍ້ານກົວຂອງຊາວບ້ານຈຶ່ງສະຫງົບລົງ. ເຖົ້າແກ່ທັງຫຼາຍຈຶ່ງມາສະດຸ້ງຕື່ນຄິດອອກຄຳສັ່ງສອນຂອງສາທຸຊ່າງຍອງ ເຊິ່ງໄດ້ບອກກ່າວໄວ້ວ່າ: ຫ້າມບໍ່ໃຫ້ພິກ, ປີ້ນເຄື່ອນຍ້າຍ, ງັດແງະແມ່ນແຕ່ເສັ້ນຜົມຜ່າແປດ ມັນຈະເກີດເຫດຮ້າຍມີເພດໄພ ສະທ້ານຍ້ານກົວ ຜູ້ຄົນລົ້ມຕາຍ.
ເປັນອັນວ່າການກໍ່ສ້າງພະບາດໃນຄັ້ງນັ້ນກໍ່ໄດ້ຢຸດເຊົາລົງຫາຜູ້ມາສືບຕໍ່ກໍ່ສ້າງກໍ່ບໍ່ມີ ສະພາບການບ້ານເມືອງເກີດເສິກທາງເໜືອເສືອທາງໃຕ້ ການໄປມາຫາສູ່ກັນກໍ່ມີໂຈນຮ້າຍ, ຂະໂມຍເກີດຂຶ້ນ, ເກີດເສິກສົງຄາມຕໍ່ສູ້ກັນມາຫຼາຍປີ ປະເທດຊາດໄດ້ຖືກສັດຕູເຜົາຜານ, ວັດວາອາຮາມ, ຮອຍພະບາດຖືກທໍາລາຍ ເກີດເປັນບ້ານຮ້າງເມືອງໝອງຢ່າງໜ້າສົມເພດເວດທະນາຈາກສົງຄາມຢືດເຍື້ອຍາວນານກວ່າ 60 ປີ.


V. ການກໍ່ສ້າງ ແລະ ປະຕິສັງຂອນຮອຍຕີນພະບາດຄືນໃໝ່
ມາເຖິງປີ 1960-1965 ເຖົ້າແກ່ເມືອປຸກຕູບນ້ອຍກວມຮອຍຕີນພະບາດໄວ້ ເພື່ອເປັນການອານຸລັກໄວ້, ເອົານ້ຳເຕົ້າຂັນໝາກເມືອໄວ້ ພໍເຖິງເດືອນ 6 ປີໃໝ່, ເຂົ້າພັນສາ ແລະ ອອກພັນສາກໍ່ພາກັນເມືອແຈກເມືອທານຕາມຮີດຄອງທາງພຸດທະສາດສະໜາທີ່ເຄີຍປະຕິບັດກັນມາ ຖ້າຈະເຮັດລື່ນນັ້ນກໍ່ຍ້ານເກີດເຫດເພດໄພສະທ້ານຍ້ານກົວ ຜູ້ຄົນລົ້ມຕາຍຄືໃນເມື່ອກ່ອນທີ່ຜ່ານມາ.
ມາເຖິງປີ 1975 ປະເທດຊາດໄດ້ຮັບການປົດປ່ອຍທົ່ວປະເທດ ມີການປ່ຽນແປງລະບອບການປົກຄອງ ແລະ ມີການພັດທະນາໃນທຸກດ້ານ. ດັ່ງນັ້ນ, ທາງພຸດທະສາດສະໜາກໍ່ໄດ້ຮັບການປັບປຸງ ແລະ ສ້າງສາພັດທະນາໄປພ້ອມໆກັນໃນທຸກດ້ານເຊັ່ນ: ວັດວາອາຮາມ, ພະບາດ, ເຈດີ, ກຸດຕິ, ວິຫານທີ່ຖືກທຳລາຍໃນສະໄໝສົງຄາມອາເມຣິກາກໍ່ໄດ້ສ້າງສາພັດທະນາຄືນໃໝ່.

ມາເຖິງປີ 1985 ເຖົ້າແກ່ໄດ້ຊອກຫາທຸກວິທີທາງ ເພື່ອປະຕິສັງຂອນພະບາດຄືນໃໝ່ ເພື່ອໃຫ້ເປັນທີ່ເຄົາລົບບູຊາຂອງຊາວພຸດທັງຫຼາຍ. ດັ່ງນັ້ນທາງເຖົ້າແກ່ຈຶ່ງໄດ້ອັງເຊີນທ່ານ ອາຈານ ໄມ່ດວງຄຳ ຜູ້ຮູ້ຮີດຄອງທາງພຸດທະສາດສະໜາເປັນຜູ້ມານຳພາສ້າງສາປະຕິສັງຂອນ ແຕ່ຫ້າມຂຸດ, ງັດແງະ ແລະ ພິກປີ້ນແມ່ນແຕ່ເສັ້ນຜົມຜ່າແປດ. ທ່ານ ອາຈານ ໄມ່ດວງຄຳ ໄດ້ນຳພາເຖົ້າແກ່ ແລະ ຊາວບ້ານລ້ອງຍາສ້າງໃນທຸກດ້ານເຊັ່ນ: ປັບປຸງເດີນເຂດພະບາດໃຫ້ມີຄວາມສວຍງາມລາບພຽງຄືດັ່ງຄົນລຸ້ນກ່ອນໄດ້ສ້າງປະໄວ້ໃຫ້ພວກເຮົາສືບຕໍ່ປັບປຸງຄືນໃໝ່ໃຫ້ມີຄວາມສວຍສົດງົດງາມເປັນຕາເບິ່ງຕາຊົມ. ໃນການປະຕິສັງຂອນເທື່ອນີ້ແມ່ນມີຄວາມແຕກຕ່າງຈາກເມື່ອກ່ອນ ໄດ້ນຳເອົາຮອຍຕີນເສນາກ້ຳຊ້າຍ-ກ້ຳຂວາມາໄວ້ຄຽງຂ້າງຮອຍຕີນພະບາດ ພ້ອມນັ້ນກໍ່ໄດ້ເອົາຮອຍຕີນສັດນາໆຊະນິດມາຈັດສັນອ້ອມຮອຍຕີນພະບາດເຊັ່ນ: ຮອຍຕີນຊ້າງ, ມ້າ, ນົກ, ງົວປ່າ, ຄວາຍປ່າ, ເສືອ, ສິງ, ລິງ, ເປັດ, ໄກ່ ແລະ ໝາປ່າ ໄດ້ເອົາມາຈັດສັນອ້ອມພະບາດຢ່າງເປັນລະບຽບງາມຕາແກ່ຜູ້ມາເບິ່ງມາຊົມມີຄວາມຊົມຊື່ນຍີນດີ ແລະ ເປັນສະຖານທີ່ເຄົາລົບບູຊາທີ່ສັກສິດຂອງຊາວພຸດທະສາສະນິກກະຊົນທັງຫຼາຍ. ທ່ານກໍ່ໄດ້ນຳພາສ້າງສາໃນທຸກດ້ານຢູ່ເຂດຮອຍພະບາດ ແຕ່ຫ້າມບໍ່ໃຫ້ໃສ່ປະຕູອັດແຈບ, ປະຕູຕາໜ່າງ, ເຫລັກ-ໄມ້, ບໍ່ໃຫ້ເຮັດຮົ້ວມາອ້ອມລ້ອມມາບັງ, ມາກັ້ງ, ມາຈອດ ຍ້ອນວ່າຮອດມື້ວັນສີນ 7-8 ຄ່ຳ, 14-15 ຄ່ຳ ເດືອນເພັງ-ເດືອນແຮມ ມີສັດນາໆຊະນິດມາກາບໄຫວ້ສັກກະລາບູຊາຮອຍຕີນພະບາດ. ໃນການສ້າງສາປະຕິສັງຂອນໃນຄັ້ງນີ້ບໍ່ມີເຫດການ ແລະ ອຸປະຕິເຫດອັນໃດເກີດຂຶ້ນ, ມີແຕ່ຄວາມວຸດທິຈຳເລີນເຮັດໃຫ້ຜູ້ຄົນຫຼັ່ງໄຫຼກັນມາສ້າງສາ, ມາເບິ່ງ, ມາຊົມ ແລະ ສັກກະລາບູຊາ. ຊື່ສຽງຮຽງນາມຂອງຮອຍພະບາດໄດ້ແຜ່ຂະຫຍາຍໄປທຸກບ້ານນ້ອຍ ເມືອງໃຫຍ່ ຜູ້ມີສັດທາໃຈບຸນຮູ້ຂ່າວຄາວກໍ່ພາກັນມາແຜ່ເມດຕາພາວະນາບໍ່ຂາດຈົນເຖິງທຸກວັນນີ້.


ມາເຖິງປີ 2000 ທ່ານ ໄມ່ເຄືອ ຢູ່ສະຫະລັດອາເມຣິກາ ໄດ້ມາຢາມບ້ານລ້ອງຍາ ໄດ້ມາເຫັນຮອຍຕີນພະບາດຕົວຈິງມີຄວາມສວຍສົດງົດງາມ ເປັນທີ່ເຄົາລົບບູຊາ ຈຶ່ງເກີດມີຄວາມສັດທາຢາກສ້າງເຮືອນກວມຮອຍຕີນພະບາດ ຈຶ່ງໄດ້ມາປຶກສາຫາລືນຳເຖົ້າແກ່ແນວໂຮມ ແລະ ອຳນາດການປົກຄອງບ້ານ ຈຶ່ງໄດ້ຕົກລົງເຫັນດີໃຫ້ຜູ້ກ່ຽວສ້າງເຮືອນກວມຮອຍຕີນພະບາດຕາມສັດທາ. ດັ່ງນັ້ນ, ທ່ານ ໄມ່ເຄືອ ຈຶ່ງໄດ້ມອບໃຫ້ນາຍຊ່າງຈັນທີ ເປັນຜູ້ສ້າງເຮືອນກວມຮອຍຕີນພະບາດດັ່ງທີ່ພວກເຮົາເຫັນໃນທຸກວັນນີ້. ນັ້ນກໍ່ຍ້ອນມີຜູ້ໃຈບຸນກຸສົນເສຍສະຫຼະວັດຖຸເງິນທອງສ້າງສາປະໄວ້ໃຫ້ລູກຫຼານ ແລະ ຜູ້ໃດຫາກມີຈິດໃຈສັດທາຈົ່ງສ້າງສືບຕໍ່ໆກັນໄປ.

ມາຮອດປີ 2007 ຊື່ສຽງລືນາມໃນການສ້າງສາປະຕິສັງຂອນພະບາດລ້ອງຍາຄືນໃໝ່ໃນທຸກດ້ານ ສ້າງຄວາມສົນໃຈໃຫ້ແກ່ພຸດທະສາສະນິກກະຊົນ ແລະ ພຣະພິຂຸສົງທັງຫຼາຍມີຄວາມຢາກຮູ້ຢາກເຫັນຮອຍຕີນພະບາດ, ດັ່ງນັ້ນອີງໃສ່ທິດທາງແຜນການຂອງ ອພສ ເມືອງໄຊຈຶ່ງໄດ້ນໍາພາພຣະພິຂຸສົງຈຳນວນ 50 ອົງມາປະຕິບັດທຳຈຳສີນ ເມດຕາພາວະນາຊອກຫາຄວາມຈິງໃນທຸກດ້ານຂອງພະບາດເປັນເວລາ 45 ວັນ ນຳພາໂດຍ ສາທຸ ຄຳແພງເພັດ ຄູນປະເສີດ ປະທານ ອພສ ເມືອງໄຊ ເປັນຫົວໜ້າຝາ່ຍສົງ, ມີທ່ານມະຫາສົມຍົງເປັນຜູ້ຕິດຕາມອຸປະຖໍາ ການປະຕິບັດທຳໃນຄັ້ງນີ້ເປັນຄັ້ງທຳອິດຂອງພຣະພິກຂຸສົງ. ດັ່ງນັ້ນ, ຈຶ່ງໄດ້ແຜ່ການອຸປະຖຳຄ້ຳຊູເປັນເຈົ້າສັດທາ (ເຈົ້າພາບ) ໄປແຕ່ລະບ້ານຄື: ບ້ານລ້ອງຍາ, ບ້ານປຸງຫຽງ, ບ້ານກັດ, ບ້ານໃໝ່ ແລະ ບ້ານບໍ່ ໃນຈຳນວນ 5 ບ້ານໄດ້ພັດປ່ຽນກັນເປັນເຈົ້າສັດທາ ຕະຫລອດ 45 ວັນໃນການປະຕິບັດທຳຂອງພຣະພິຂຸສົງຈຳນວນ 50 ອົງໄດ້ພິສູດວ່າພະບາດຫ້ວຍແຮ້ ບ້ານລ້ອງຍານີ້ແມ່ນມີຄວາມພິດສະດານ ແລະ ເຂັດຢຳ ມີວິນຍານຫຼາຍສິ່ງຫຼາຍຢ່າງນາໆປະການ ຄວນແຜ່ເມດຕາທໍາຕໍ່ໆໄປ. ເມື່ອເຫັນຄວາມຈິງ ແລະ ມີຄວາມສັກສິດຄືແນວນັ້ນທັງອໍານາດການປົກຄອງບ້ານພ້ອມດ້ວຍເຖົ້າແກ່ ຈຶ່ງສະໄດ້ເໜີໃຫ້ທາງຫ້ອງການຖະແຫຼງຂ່າວ, ວັດທະນະທຳເມືອງ ແລະ ແຂວງ ປະກາດ ແລະ ຮັບຮອງເອົາຮອຍຕີນພະບາດ ຫ້ວຍແຮ້ ບ້ານລ້ອງຍາ ເປັນສະຖານທີ່ທ່ອງທ່ຽວທາງດ້ານບູຮານສະຖານຂອງເມືອງ ແລະ ແຂວງ ພ້ອມທັງປະກາດຂ່າວພາຍໃນເມືອງ, ແຂວງ, ທົ່ວປະເທດ ຕະຫຼອດຮອດບັນດາປະເທດຕ່າງໆໃນທົ່ວໂລກໃຫ້ຮັບຮູ້ ແລະ ມາທ່ຽວຊົມຮອຍຕີນພະບາດ ຫ້ວຍແຮ້ ບ້ານລ້ອງຍາ.

ເປັນອັນວ່າການສ້າງສາປະຕິສັງຂອນຮອຍຕີນພະບາດໃນຍຸກນີ້ແມ່ນມີຄວາມຈະເລີນຮຸ່ງເຮືອງ ແລະ ມີຊື່ສຽຮຽງນາມ ຜູ້ທີ່ມີຈິດໃຈສັດທາໄດ້ເຂົ້າມາແຜ່ເມດຕາທໍາຢ່າງບໍ່ຂາດໃນທຸກມື້ນີ້ ເພາະເປັນສະຖານທີ່ເມາະແກ່ການພັກຜ່ອນທາງດ້ານຈິດໃຈຂອງຜູ້ທີ່ຕ້ອງການຄວາມສະຫງົບ. ຂໍເຊີນຊວນຜູ້ທີ່ມີຈິດໃຈສັດທາທັງຫຼາຍມາພັດທະນາພະບາດ ແລະ ສ້າງສາພະບາດໃຫ້ມີຄວາມຈະເລີນຮຸ່ງເຮືອງເຫຼືອງເຫຼື້ອມຕໍ່ໆໄປ ແລະ ກາຍເປັນບ່ອນປະຕິບັດທຳຂອງພຣະພິກຂຸສົງໃນອານາຄົດ.


VI. ປະຫວັດຂອງການສ້າງພຣະເຈົ້ານອນ
ມາເຖິງປີ 2010 ທ່ານ ບຸນປັນ ແລະ ນາງ ດວງວັນຄຳ ໄດ້ໄປຂໍນິມົນສາທຸແດງຢູ່ພາກໃຕ້ ປາກເຊ ມາຈຳສີນພາວັນນາຢູ່ຮອຍຕີນພະບາດ ບ້ານລ້ອງຍາ ເປັນເວລາ 1 ພັນສາ ສາທຸແດງ ໄດ້ເຜີແຜ່ທຳມະວິໄນເທດສະໜາທໍາ ສັ່ງສອນໃຫ້ແກ່ຍາດໂຍມທັງຫລາຍໃນບ້ານລ້ອງຍາ ແລະ ບ້ານໃກ້ຄຽງໃຫ້ມີຄວາມສາມັກຄີ, ຮັກແພງ ແລະ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ໝົດບ້ານຄືຄອບຄົວດຽວກັນ, ໃຫ້ປະພຶດແຕ່ຄວາມດີດັ່ງນີ້ເປັນຕົ້ນ. ເມື່ອອອກພັນສາແລ້ວ ກ່ອນສາທຸຈະກັບຄືນໄປພາກໃຕ້ ໄດ້ປຶກສາຫາລືນຳເຖົ້າແກ່ ອຳນາດການປົກຄອງ ພໍ່ແມ່ປະຊາຊົນວ່າ: ຢາກສ້າງສິ່ງທີ່ລະນຶກໄວ້ວັດປ່າຮອຍຕີນພະບາດ ບ້ານລ້ອງຍາ ສາທຸສະເໜີຢາກສ້າງ ແມ່ນາງທໍລະນີ ແລະ ພະເຈົ້ານອນ ຜ່ານການປຶກສາຫາລືກັນແລ້ວ ກໍ່ຕົກລົງເຫັນດີສ້າງແມ່ນາງທໍລະນີ ສ່ວນພະເຈົ້າໃຫ່ຍນອນຫັ້ນແມ່ນບໍ່ທັນເຫັນດີໃຫ້ສ້າງເນື່ອງຈາກວ່າມູນຄ່າການກໍ່ສ້າງຫຼາຍລ້ານ ທາງບ້ານບໍ່ມີງົບປະມານ ຍັງຊອກເຈົ້າສັດທາບໍ່ທັນໄດ້ ຂະໜາດພະເຈົ້ານອນ ລວງຍາວ 22 ແມັດ, ກ້ວາງ 5 ແມັດ, ລວງສູງ 6 ແມັດ.

ເມື່ອເປັນຄືແນວນັ້ນຕ້ອງໄດ້ຊອກຫາເຈົ້າສັດທາໃນການກໍ່ສ້າງ ເວລາຜ່ານໄປ 2-3 ວັນສາທຸແດງກໍ່ໄດ້ເຕົ້າໂຮມ ຍາດໂຍມທັງຫຼາຍປຶກສາຫາລືອີກ ແລະ ສະເໜີເຈົ້າສັດທາໃນການກໍ່ສ້າງພະເຈົ້ານອນແມ່ນ ທ່ານ ບຸນປັນ ແລະ ນາງ ດວງວັນຄຳ, ວິຊາການຊ່ວຍທາງດ້ານຮີດຄອງປະເພນີແມ່ນ ທ່ານ ອາຈານໄມ່ດວງຄຳ, ຜູ້ຊ່ວຍທາງເຕັກນິກໃນການກໍ່ສ້າງແມ່ນ ສາທຸແດງ ເມື່ອຄົ້ນຄ້ວາແຫຼ່ງທຶນ ແລະ ເຈົ້າສັດທາໄດ້ແລ້ວ ທາງອຳນາດການປົກຄອງບ້ານກໍ່ໄດ້ເຮັດໜັງສືສະເໜີເຖິງ ອພສ ເມືອງໄຊ-ແຂວງ, ຫ້ອງການຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວເມືອງ-ແຂວງ, ທ່ານ ເຈົ້າເມືອງ-ເຈົ້າແຂວງ. ໃນເມື່ອຂັນເທິງອະນຸມັດໃນການກໍ່ສ້າງພະເຈົ້ານອນແລ້ວ ນາຍບ້ານນໍາພາໂດຍ ທ່ານ ທິດເສົາ, ທ່ານ ທິດປັນ, ທ່ານ ພັນແກ່ນ ກໍ່ໄດ້ລວມປະຊາຊົນ ສະເໜີຈຸດປະສົງໃນການກໍ່ສ້າງພະເຈົ້ານອນຕາມການສະເໜີຂອງສາທຸແດງພໍ່ແມ່ປະຊາຊົນນ້ອຍ-ໃຫ່ຍ ເຖົ້າແກ່ ຍິງ-ຊາຍ ພາຍໃນບ້ານກໍ່ເຫັນດີເປັນເອກະພາບກັນ ໃນເມື່ອທຸກຄົນເຫັນດີເປັນເອກະພາບກັນແລ້ວ ນາຍບ້ານກໍ່ມາຈັດຕັ້ງອານຸກຳມະການແບ່ງຄວາມຮັບຜິດຊອບໃນການກໍ່ສ້າງ:
1. ອານຸກຳມະການຮັບຜິດຊອບແຫຼ່ງທືນກໍ່ສ້າງ ທ່ານ ບຸນປັນ
2. ອານຸກຳມະການ ປ້ອງກັນຄວາມສະຫງົບ ທ່ານ ທິດເສົາ
3. ອານຸກຳມະການເສດຖະກິດ ທ່ານ ພັນແກ່ນ
4. ອານຸກຳມະການວັດທະນະທຳ ໂຄສະນາ ທ່ານ ທິດປັນ


ເມື່ອຈັດຕັ້ງອານຸກຳມະການສຳເລັດແລ້ວ ມາຮອດວັນທີ່ 28/9/2010 ກໍ່ໄດ້ລົງມືປັກຜັງ ເຮັດຮີດຄອງປະເພນີແລ້ວກໍ່ໄດ້ເລີ່ມລົງມືກໍ່ສ້າງພະເຈົ້ານອນ ມີຄວາມຍາວ 22 ແມັດ, ກ້ວາງ 5 ແມັດ ສູງ 6 ແມັດ ກໍ່ສ້າງດ້ວຍຫີນແຂງ ບັນດາອານຸກຳມະການກໍ່ໄດ້ປຸກລະດົມຄວາມສາມັກຄີພາຍໃນບ້ານ ແລະ ບ້ານໃກ້ຄຽງໃຫ້ບໍລິຈາກເປັນເຈົ້າສັດທານຳກັນ ເປັນທັງແຮງງານ ແລະ ວັດຖຸປັດໃຈໄທຍະທານ ແຕ່ລະວັນມີປະຊາຊົນມາຊ່ວຍເຫຼືອໃນການກໍ່ສ້າງບໍ່ຕ່ຳກວ່າ 100 ຄົນທັງຍິງ ແລະ ຊາຍ ແຕ່ລະວັນມີຄົນມາອານຸໂມທະນາ ບັນດາພໍ່ຄ້າ-ແມ່ຄ້າ,ບໍລິສັດຫ້າງຮ້ານ, ປະຊາຊົນບ້ານໃກ້ຄຽງໄດ້ມາຊ່ວຍເຫຼືອຕາມສັດທາ ນັບແຕ່ຊີເມັນ 1 ເປົ່າ,ດີນຈີນ 1 ກ້ອນ, ຊາຍ-ຫີນແຮ່, ເງິນ 10,000 ກີບຂຶ້ນມາອານຸໂມທະນາທານນໍາກັນກໍ່ສ້າງ. ແຕ່ລະວັນປະຊາຊົນຂົນຫີນແຂງຂຶ້ນລົດບໍ່ຕໍ່າກວ່າ 10 ທ້ຽວ, ຊາຍ 10 ທ້ຽວ ໃນແຕ່ລະວັນບໍ່ມີເວລາພັກເຊົາແຕ່ບັນດາປະຊາຊົນບ້ານລ້ອງຍາ ແລະ ບ້ານໃກ້ເຮືອນຄຽງກໍ່ທຸ້ມເທຈິດໃຈ ແລະ ກໍາລັງເຫື່ອແຮງຂອງຕົນເຂົ້າໃນການກໍ່ສ້າງພະເຈັ້ານອນ ເພື່ອເປັນບຸນກຸສົນແກ່ຕົນເອງໃນຊາດນີ້ ແລະ ຊາດໜ້າ. ໃນການສ້າງພະນອນຊຸດນີ້ມັນແມ່ນກ້ອນກໍາລັງຄວາມສາມັກຄີຂອງປະຊາຊົນທຸກພາກສ່ວນ ເຊິ່ງມັນສະແດງອອກຄື: ນອກຈາກການກໍ່ສ້າງພະເຈົ້ານອນແລ້ວຍັງສ້າງບັນດາສາວົກໄປພ້ອມໆກັນເຊັ່ນ: ພຣະມະຫາກະຈາຍ, ພຣະສິມມະລີ, ພຣະກັດສະປະ, ພຣະລາຫຸນ, ພຣະອຸປະຄຸດ, ຮູບພະຍາຍັກກຸມພັນ, ຮູບເທວະດາ, ຮູບພະຍານາກ, ຮູບພະຍາພົມ 3 ໜ້າ, ຮູບພະລືສີ, ຮູບມ້າມະນີກາບ, ຮູບກວງ, ຮູບນາງງູ ແລະ ຮູບສັດນາໆຊະນິດ ແມ່ນຄວາມສາມັກຄີຂອງຊາວບ້ານລ້ອງຍາເປັນຜູ້ປັ້ນຜູ້ກໍ່ຂຶ້ນທັງໝົດໂດຍບໍ່ຮູ້ອິດເມື່ອຍ. ນອກນັ້ນກໍ່ຍັງປັ້ນພະເຈົ້າອົງໜຶ່ງໄປໄວ້ວັດບ້ານໂພນສະຫວ່າງເພື່ອເປັນການຜູແໜ້ນຄວາມສາມັກຄີຊ່ວຍເຫຼືອເຊິ່ງກັນ ແລະ ກັນຍາມຕອນສ້າງພະເຈົ້າໃຫ່ຍ. ເວລາຜ່ານໄປໄດ້ 4 ເດືອນການສ້າງພະເຈົ້ານອນກໍ່ສຳເລັດ ນັບແຕ່ວັນທີ່ 28/9/2010-2/1/2011 ເພື່ອໄວ້ໃຫ້ລູຫຼານ, ປະຊາຊົນ, ຊາວບ້ານຊາວເມືອງ ມາສັກຂະລະບູຊາ.


VII. ຂັ້ນຕອນການສົມໂພດສະເຫລີມສະຫລອງພຣະເຈົ້ານອນ
ໃນເມື່ອການກໍ່ສ້າງພຣະເຈົ້ານອນສຳເລັດແລ້ວບັນດາເຈົ້າສັດທາທັງຫຼາຍ ທັງຝ່າຍສົງ ແລະ ຝ່າຍຄາລະວາດກໍ່ໄດ້ມາຕົກລົງກັນຈັດພິທີເຖຣາພິເສກສົມໂພດ ສະເຫຼີມສະຫຼອງ.
ສັດທາຝ່າຍສົງມີ:
1. ພະອາຈານ ແດງ
2. ພະມະຫາສາທຸ ຄຳແພງເພັດ ຄູນປະເສີດ ປະທານ ອພສ ແຂວງອຸດົມໄຊ
3. ພະມະຫາອາຈານສົມຈິດ ວັດນາເລົາ
ສັດທາຝ່າຍຄາລະວາດມີ:
1. ທ່ານ ບຸນປັນ + ນາງ ດວງວັນຄຳ
2. ທ່ານ ສົມຟອງ ແສງຈັນທະລາ ເຈົ້າເມືອງ ເມືອງໄຊ ພ້ອມດ້ວຍຄະນະ
3. ທ່ານ ອາຈາໄມ່ດວງຄຳ
4. ທ່ານ ຄຳຜາຍ + ນາງ ສົມຈັນ
5. ທ່ານ ທິດເສົາ ນາຍບ້ານ ບ້ານລ້ອງຍາ ພ້ອມດ້ວຍເຖົ້າແກ່ ແລະ ປະຊາຊົນພາຍໃນບ້ານ ເປັນສັດທາ
6. ທ່ານ ຕ້າຍ ນາຍບ້ານ ບ້ານໂພນສະຫວ່າງ ພ້ອມດ້ວຍ ປະຊາຊົນພາຍໃນບ້ານ
7. ທ່ານ ໄມ່ແກ່ນ ນາຍບ້ານ ບ້ານປຸ່ງຫຽງ ພ້ອມດ້ວຍປະຊາຊົນພາຍໃນບ້ານ
ບັນດາພຸດທະສາສະນິກກະຊົນທັງຫຼາຍທີ່ມາຈາກບ້ານຕ່າງໆພ້ອມທັງຕ່າງເມືອງ-ຕ່າງແຂວງ ແລະ ຕ່າງປະເທດຄື: ແຂວງພະບາງ, ແຂວງວຽງຈັນ, ແຂວງຜົ້ງສາລີ, ແຂວງຫຼວງນ້ຳທາ, ແຂວງບໍ່ແກ້ວ, ເມືອງລ້າແລະ ເມືອຊ່າງຍອງ ກໍ່ໄດ້ຫຼັ່ງໄຫຼກັນມາອຸໂປໂມທະນາເປັນເຈົ້າພາບເຈົ້າສັດທາໃນການສະເຫຼີມສະຫຼອງພະເຈົ້ານອນເປັນເວລາ 3 ວັນ 3 ຄືນ.
- ວັນອັງຄານທີ່ 3/4/2012 ກົງກັບມື້ຂຶ້ນໃໝ່ 12 ຄ່ຳເດືອນ 5 ພສ 2555 ເປັນມື້ຫ້າງຫາກະກຽມ.
- ວັນພຸດທີ່ 4/4/2012 ກົງກັບມື້ຂຶ້ນໃໝ່ 13 ຄ່ຳເດືອນ 5 ພສ 2555 ເປັນມື້ໂຮມທານ ຕອນຄ່ຳມີການສູດປະຣິດຕະມຸງຄຸນ ແລະ ຟັງທຳມະເທດສະໜາຕະຫລອດຄືນ.
- ວັນພະຫັດ ທີ່ 5/4/2012 ກົງກັບມື້ຂຶ້ນໃໝ່ 14 ຄ່ຳເດືອນ 5 ພສ 2555 ຕອນເຊົ້າມີການຕັກບາດ ພຣະສົງຈໍານວນ 32 ອົງ, ຕອນຄ່ຳມີການເທດທຳພະອຸປະຄຸດ, ຈູດບັ້ງໄຟດອກ, ຕອນ 12 ໂມງກາງຄືນມີການສົມໂພດພະໃສ່ໃຈພະເຈົ້ານອນ ແລະ ບັນດາສາວົກທຸກໆອົງ ພ້ອມດ້ວຍບັນດາຮູບສັດທັງຫຼາຍພາຍໃນຄືນນັ້ນ ຕອນ 3 ໂມງ ມີການແຫ່ເຂົ້າພັນກ້ອນແລ້ວເລີ່ມຕົ້ນຟັງທໍາທັດສະພອນ.
- ວັນສຸກ ທີ່ 6/4/2012 ກົງກັບມື້ຂຶ້ນໃໝ່ 15 ຄ່ຳເດືອນ 5 ພສ 2555 ຕອນເຊົ້າມີການຕັກບາດຖວາຍທານແດ່ພະພິກຂຸສົງຈຳນວນ 32 ອົງ ແລ້ວຟັງເທດພະເວດສັນດອນຊາດົກຕະຫລອດວັນ, ເວລາ 4 ໂມງແລງມີການຖວາຍສັງຄະທານ ຢາດນ້ຳແຜ່ເມດຕາ ເປັນອັນວ່າຈົບພິທີໃນການສົມໂພດສະເຫຼມສະຫຼອງພະເຈົ້ານອນ ແລະ ສົມໂພດພະເຈົ້າປາງໄຊຍາດ.
ດັ່ງນັ້ນ, ເຈົ້າສັດທາຝ່າຍສົງ ແລະ ຄາລະວາດ ຂໍອວຍພອນໄຊອັນປະເສີດ ສິ່ງໃດທີ່ເລີດລ້ຳ ຈົ່ງບັງເກີດແກ່ຊາວພຸດທັງຫຼາຍຈົ່ງມີຄວາມຜາສຸກ, ສຸກກາຍສະບາຍໃຈ, ພະລະນາໄມສົມບຸນຄູນສຸກ, ດ້ວຍຈະຕຸພອນທັງ 4 ອາຍຸວັນນະສຸຂະພະລະ ດ້ວຍເທີ່ນ ສາທຸ....
ຂ້າພະເຈົ້າໄດ້ໃຊ້ສະຕິປັນຍາ ຄົ້ນຄ້ວາຫາຄວາມຈິງຂອງຮ່ອງຮອຍຕີນພະບາດມາໃຫ້ບັນດາທ່ານໄດ້ອ່ານ ທາງປະຫວັດສາດຄວາມເປັນມາບໍ່ຫຼາຍກໍ່ໜ້ອຍ ສະນັ້ນບ່ອນໃດຍັງບໍ່ທັນຄົບ ຫຼື ຂາດຕົກບົກຜ່ອງທາງດ້ານສຳນວນຄຳເວົ້າ ຂໍອະໄພນຳທ່ານທັງຫຼາຍດ້ວຍ.
ສໍາລັບການສະເຫຼີມສະຫຼອງພະເຈົ້ານອນແມ່ນບຸນມະຫາຊາດຂອງທຸກໆປີ.
ຂຽນໂດຍ: ທ່ານ ທິດປັນ ແປງຕາ ບ້ານລ້ອງຍາ ເມືອງໄຊ ແຂວງອຸດົມໄຊ
ຜ່ານອໍານາດການປົກຄອງບ້ານ ແລະ ອົງການຈັດຕັ້ງ ເຖົ້າແກ່ແນວໂຮມບ້ານລ້ອງຍາ

ຂໍ້ມູນຈາກ: Oudomxay Tourism

ປະກາດ Pakaad: ຮ່ວມສ້າງຄວາມສຸກສູ່ສັງຄົມລາວ

ສົນໃຈໂຄສະນາ ແລະ ປະຊາສຳພັນໂທ 0305898959

Start typing and press Enter to search

ຂ່າວໜ້າ 1