ການສຶກສາຢູ່ພາຍໃນປະເທດຂອງລາວເຮົາຍັງ ເປັນລະບົບສອນເພື່ອໃຫ້ນັກຮຽນ ນັກສຶກສາ ຈົບມາແລ້ວ ມາເປັນພະນັກງານ ລູກນ້ອງຕາມບໍລິສັດຕາມອົງກອນຕ່າງໆ ຍັງເປັນຄຳຖາມຍອດນິຍົມສຳຫລັບນັກສຶກສາລຸ້ນໃຫມ່
ຈົບມາແລ້ວຊອກວຽກເຮັດຍາກ ເງິນເດືອນຫນ້ອຍ ຕ້ອງມາເຊົ່າຫ້ອງຢູ່ ຈ່າຍຄ່່າຄອງຊີບ ຈົນບໍ່ມີເງິນສິເຫລືອໄວ້ກິນ !!!!!!
ຖືກກົດຂີຈາກນາຍຈ້າງ ຈາກບໍລິສັດຫລືອົງກອນຕ່າງໆ ວ່າເຮັດວຽກບໍ່ໄດ້ປະສິດທິພາບ ຍ້ອນຮຽນໃນສິ່ງທີ່ບໍ່ມັກແລ້ວມາເຮັດກໍ່ເຮັດໄດ້ບໍ່ດີ ທັງຍັງຝືນຕໍ່ຕົວເອງໃນຫລາຍດ້ານ
ການສຶກສາດືທີ່ຄວນໃຫ້ແທດເຫມາະ ກັບສະພາບແວດລ້ອມ ວິຖີການດຳລົງຊີວິດ ວັດທະນາທຳ ສິ່ງແວດລ້ອມ ຂອງປະເທດລາວເຮົາ ຄື ຄວນສົ່ງເສີມ ຄວາມຮູ້ຮອບຕົວໃຫ້ກັບ ເດັກລູ້ນໃຫມ່
ຕົວຢ່າງ : ຄວນສົ່ງເສີມໃຫ້ມີການຮຽນກະສິກຳ ການຮຽນປຸງແຕ່ງອາຫານພື້ນເມືອງລາວ ການປຸງແຕ່ງຢາສະຫມຸນໄພ ຂວັດຫລວດລາຍ ການຮຽນຫັດຖະກຳຕໍ່າຫູກ ແລະ ການຮຽນວິຊາຊີບທີ່ສາມາດໃຫ້ນັກຮຽນ ນັກສຶກສາສາມາດນຳເອົາໄປປະຍຸກໄປໃຊ້ເພື່ອສ້າງລາຍໄດ້ທັງຍັງເປັນການສືບທອດ ມູນເຊື້ອວັດທະນາທຳປະເພນີອັນດີງາມຂອງຊາດລາວເຮົາໄດ້ນຳອີກ
ນີ້ເປັນພຽງຕົວຢ່າງຫລັກໆເທົ່ານັ້ນ ບ້ານເມືອງເຮົາຕ້ອງການຜູ້ທີ່ຈະມາສືບທອດມູນເຊື້ອວັດທະນາທຳ ປົກປັກຮັກສາສິ່ງແວດລ້ອມ
ການຮຽນເຫລົ່ານີ້ມັນບໍ່ໄດ້ລົງທຶນຮອນຫຍັງຫລາຍເລີຍ ເພາະທຸກຢ່າງແມ່ນມີຢູ່ພາຍໃນປະເທດ ແລະ ການສອນກໍ່ຫາບໍ່ຍາກເລີຍເພາະພີ່ປ້ານ້າອ້າຢູ່ບ້ານເມືອງເຮົາຢູ່ໃສເພິ່ນກໍ່ຍີນດີໃຫ້ຄວາມຮູ້
ຖ້າຫາກວ່ານັກຮຽນ ນັກສຶກສາ ໄດ້ຮໍ່າຮຽນສຶກສາຂໍ້ມູນເຫລົ່ານີ້ແລ້ວ ວິຊາອື່ນກໍ່ເປັນພຽງຕົວປະກອບເທົ່ານັ້ນ ປະຊາຊົນຊາວຫມຸ່ມກໍ່ສາມາດເປັນເຈົ້າໂຕເອງໃນການ ສ້າງຖານະຄອບຄົວ ສ້າງລາຍໄດ້ ຊອກຫາວຽກເຮັດງານທຳກໍ່ງ່າຍຂຶ້ນ ທັງຍັງເປັນການສືບທອດມູນເຊື້ອລາວເຮົາໃຫ້ຄົນລຸ້ນໃຫມ່ໄດ້ນຳອີກ
ຖ້າຂໍ້ມູນທີ່ຂຽນມາທັງຫມົດນີ້ ເຜີຍແພໄປເຖິງຜູ້ທີ່ມີອຳນາດໃນການປ່ຽນແປງລະບົບການສຶກສາ ໃນປະເທດລາວເຮົາໄດ້ ຢາກໃຫ້ທ່ານທັງຫລາຍເປີດໃຈຮັບຟັງ ແລະ ຮຽນຮູ້ການເປັນຢູ່ຂອງປະຊາຊົນລາວເຮົາຢ່າງແທ້ຈິ່ງໃຫ້ພີ່ນ້ອງຊາວລາວໄດ້ມີຈຸດຢືນເປັນຂອງຕົວເອງ ປະເທດຊາດກໍ່ຈະເຂັ້ມແຂງ ປະຊາຊົນກໍ່ຮັ່ງມີ
ດ້ວຍຄວາມຮັກ ແລະ ຫວັງດີ ຈາກແອດມິນສຸກ
ປະກາດຮ່ວມສ້າງຄວາມສຸກສູ່ສັງຄົມລາວ