ສຳຫລັບຄົນມັກມີອາການຫນາວໃນສ່ວນຫລາຍມັກຈະເປັນສະເພາະທ່ານຍິງ ທີ່ມີພູມຄຸ້ມກັນຫນ້ອຍ ສາມາດນຳຂິງມາຕົ້ມດື່ມໄດ້ ຂິງສາມາດສ້າງຄວາມອົບອຸ່ນໃນຮ່າງກາຍໄດ້ທັງຍັງສາມາດເຮັດໃຫ້ເລືອດຫມຸນວຽນໄດ້ດີນຳອີກ
ຂີງຍັງສາມາດນຳມາ ຕົ້ມເພື່ອເອົາໄວ້ສະ ຫລື ຫມັກຜົມໄດ້ ເຫມາະແກ່ຜູ້ທີ່ມັກຜົມລົ່ນກະຕຸ້ນການເກີດຂອງເສັ້ນຜົມໄດ້ດີນຳອີກ
ຂິງຍັງສາມາດນຳມາຕົ້ມໃສ່ ຫົວສີໄຄ ໃບພູ ໃບນາກ ເພື່ອມາເປັນຢາອາບຢາຮົ່ມໄດ້ສຳຫລັບຜູ້ສູງອາຍຸ ຫລື ແມ່ລູກອ່ອນທີ່ຫາກໍ່ໃຫ້ກຳເນີດລູກໄດ້.
ຂິງຍັງຊ່ວຍບັນເທົາອາການ ວິນຫົວ ປວດຮ້າກ ໄດ້ ທັງຍັງຊ່ວຍແກ້ເຈັບຫົວ ແລະ ຍັງສາມາດເປັນສະຫມຸນໄພປ້ອງກັນໂລກມະເລັງໄດ້ ບັນເທົາອາການທ້ອງອືດ ຊ່ວຍລົດນ້ຳຕານໃນເລືອດໄດ້ເປັນຢ່າງດີເຫມາະສຳຫລັບຄົນທີ່ເປັນໂລກເບົາຫວານ.
ຂໍ້ຄວນລະວັງ ແມ່ມານຖືພາບໍ່ຄວນດື່ມຫລາຍ ອາດເຮັດໃຫ້ເກີດພາວະແທ້ງລູກໄດ້
ຫາກຮັບປະທານຫລາຍເກີນໄດ້ ອາດເຮັດໃຫ້ເກີດແຜ່ຢູ່ຊ່ອງປາກໄດ້
ຮູ້ແບບນີ້ແລ້ວຢ່າລືມນຳຂິງມາຕົ້ມດື່ມ ໃນຊ້ວງອາກາດເຢັນໆຕອນເຊົ້າເດີ້
ດ້ວຍຄວາມຫວັງດີ ຈາກແອດມິນ ສຸກ
ປະກາດຮ່ວມສ້າງຄວາມສຸກສູ່ສັງຄົມລາວ.